ລາຍຊື່ ພືດ ໃນເຂດປ່າເຫຼົ່າ ຂອງ ສປປ ລາວ

 Specimen Trees of Secondly Forest in Lao PDR

     ໃນ ສປປ ລາວ ມີຫຼາຍ ອົງການ ທີ່ໄດ້ມີການຈັດຕັ້ງ ການອານຸຮັກ ແລະ ຄຸ້ມຄອງ ປ່າໄມ້. ໃນນີ້, ເຊີ່ງເປັນສີ່ງທີ່ຈໍາເປັນຕ້ອງມີການ ສຶກສາລັກສະນະຂອງພືດ ລວມໄປເຖີງ ການເກັບຮວບຮວມ ແລະ ຮັກສາ ຕົວແບບທີເປັນ ເອກກະລັກ ສະເພາະຂອງປະເທດ ແລະ ພາກພື້ນ. ຕົວແບບພືດແຫ້ງ ຈໍານວນ 300 ຕົວຢ່າງ ທີ່ໄດ້ເກັບລວບລວມມາຈາກພື້ນທີ່ ທີ່ປະຊາຊົນໄດ້ຖາງປ່າ ເຮັດໄຮ່ ແລ້ວ ປະປ່ອຍໃຫ້ກາຍເປັນປ່າເຫຼົ່າ ໃນ ແຂວງວຽງຈັນ ແຕ່ປີ 2011 ຫາ 2015. ໃນຖານຂໍ້ມູນດັ່ງກ່າວນີ້ ແມ່ນໄດ້ນໍາໃຊ້ເຄື່ອງ CCD-sensor  ເພື່ອສະແກນ ຮູບຕົວຢ່າງ ເພື່ອໃນການກວດສອບລັກສະນະທີ່ເປັນເອກກະລັກສະເພາະຂອງພືດແຕ່ລະຊະນິດງ່າຍ ແລະ ທັນສະໄໝ.

      ຖານຂໍ້ມູນດັ່ງກ່າວນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ “ໂຄງການຄົ້ນຄວ້າ ຮູບແບບເສດຖະກິດ ການຜະລິດກະສິກໍາ ແບບຍືນຍົງ ຂອງຄອບຄົວຊາວກະສິກອນໃນເຂດຊົນນະບົດ ໃນແຫຼມອິນດູຈີນ” ໂດຍການຮ່ວມມືຈາກ ສູນຄົ້ນຄວ້າ ວິທະຍາສາດກະສິກໍາ ແຫ່ງຊາດ ຂອງປະເທດຍີ່ປຸ່ນ (JIRCAS) ແລະ ສູນຄົ້ນຄວ້າວິທະຍາສາດປ່າໄມ້ (FSRC), ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ (NAFRI) ຂອງ ສປປ ລາວ.

      ຂໍ້ມູນເຫຼົ່ານີ້ ແມ່ນສາມາດນໍາໃຊ້ປຽບທຽບ ລັກສະນະພືດສາດ, ຊື່ພືດ, ແລະ ການນໍາໃຊ້ ບາງຊະນິດ ທີ່ເປັນພື້ນຖານໃນການຈໍາແນກຊະນິດພັນໄມ້ ໃຫ້ແກ່ ນັກວິທະຍາສາດ ປ່າໄມ້, ລັດຖະບານ ແລະ ອົງກອນອື່ນໆ ທີ່ຕ້ອງການ ເພື່ອເປັນຄວາມຮູ້ທາງດ້ານພືດສາດ ຂອງ ສປປ ລາວ.

      ໃນນີ້, ຍັງມີບາງຊະນິດ ທີ່ມີການລະບຸຊື່ທີ່ອາດຈະບໍ່ຖືກຕ້ອງທັ້ງນີ້ໂດຍອີງຕາມຂໍ້ມູນທ້ອງຖິ່ນ ແລະ ບາງເອກກະສານທີ່ໄດ້ອ້າງອີງ.

Search

ຊື່ລາວຕາມທ້ອງຖິ່ນ

ຊື່ ວິທະຍາສາດ

ຊື່ ຕະກູນ

ການນໍາໃຊ້

Local Name Index Sciencetic Name Index Family Name Index Use Type Index